17/10/2026
✨ HOW TO: ວິທີການຫາຍໃຈແບບພິລາທິສ (Pilates) ໃຫ້ຖືກວິທີ ແລະ ມີປະສິດທິພາບ! 🧘♂️💨
ຮູ້ຫຼືບໍ່ວ່າ... ການຫາຍໃຈ ເປັນຫົວໃຈສຳຄັນ ແລະ ເປັນສ່ວນໜຶ່ງທີ່ສຳຄັນຫຼາຍໃນການຫຼິ້ນພິລາທິສ! ເພາະການຫາຍໃຈທີ່ຖືກຕ້ອງ ຈະຊ່ວຍໃຫ້ເຮົາສາມາດຄວບຄຸມຮ່າງກາຍ, ເພີ່ມສະມາທິ ແລະ ດຶງປະສິດທິພາບຂອງການອອກກຳລັງກາຍມາໃຊ້ໄດ້ຢ່າງເຕັມທີ 💯
ໃນວິດີໂອນີ້ ຄູຝຶກຈະມາພາທຸກຄົນເຮັດຄວາມເຂົ້າໃຈກັບ ການຫາຍໃຈແບບປະສົມ ລະຫວ່າງ:
1️⃣ Lateral Breathing (ການຫາຍໃຈຂະຫຍາຍສີ່ໂຄງດ້ານຂ້າງ)
2️⃣ Diaphragm Breathing (ການຫາຍໃຈໂດຍໃຊ້ກະພັງລົມ)
📌 ເທັກນິກການຫາຍໃຈງ່າຍໆ:
👃 ຫາຍໃຈເຂົ້າ (Inhale): ຫາຍໃຈເຂົ້າທາງດັງ ສີ່ໂຄງສອງຂ້າງຂະຫຍາຍອອກ ໃຫ້ຮູ້ສຶກລົມເຂົ້າເຕັມປອດ
👄 ຫາຍໃຈອອກ (Exhale): ຫາຍໃຈອອກທາງປາກ ປ່ອຍລົມອອກຄ້າຍໆກັບການເປົ່າທຽນ, ຮັດສີ່ໂຄງເຂົ້າ ແລະ ເກັງໜ້າທ້ອງດຶງສະດືເຂົ້າຫາເກືອບຕິດກະດູກສັນຫຼັງ
💡 ປະໂຫຍດຂອງການຫາຍໃຈຖືກວິທີ:
✅ ຊ່ວຍຝຶກ Mindfulness ຮູ້ທັນຮ່າງກາຍຂອງໂຕເອງ
✅ ຊ່ວຍບໍລິຫານ Diaphragm ແລະ ປອດ
✅ ຊ່ວຍໃນການຊົງຕົວ ແລະ ເພີ່ມຄວາມໝັ້ນຄົງໃຫ້ກັບແກນກາງລຳໂຕ (Core Muscle)
ລອງເອົາເທັກນິກນີ້ໄປປັບໃຊ້ໃນການຫຼິ້ນ Pilates ຂອງທຸກຄົນເບິ່ງເດີ້! ແລ້ວການອອກກຳລັງກາຍຂອງທ່ານຈະສົມບູນແບບຫຼາຍຂຶ້ນ ✨
#ພິລາທິສ #ສຸຂະພາບດີ