Directions Website

Euca NC A+ Contact information, map and directions, contact form, opening hours, services, ratings, photos, videos and announcements from Euca NC A+, Medical and health, Vientiane.

Eucalyptus NC A+ – ດູແລຄອບຄົວໄປພ້ອມກັບແມ່.

ເຮັດຮ່າງກາຍອົບອຸ່ນ, ແສບດັງ; ຍຸງກັດ, ນວດຜ່ອນຄາຍຮ່າງກາຍ; ບັນເທົາການຕັນດັງ...

ເໝາະກັບທັງຜູ້ໃຫຍ່ແລະເດັກນ້ອຍ

ຈັດຈຳໜ່າຍໂດຍ NNC Pharma ແລະພັດທະນາໂດຍ AUDACE.

👉 ທ່ານໄດ້ພົບນ້ຳມັນຫອມລະເຫີຍ “ຄູ່ແທ້” ທີ່ໃຊ່ສຳລັບທ່ານແລ້ວບໍ?🌿 ຫຼາຍຄົນມີນິໄສໃຊ້ນ້ຳມັນຫອມລະເຫີຍເພື່ອຜ່ອນຄາຍ, ຊ່ວຍໃຫ້ດັງໂລ່ງ...
30/09/2026

👉 ທ່ານໄດ້ພົບນ້ຳມັນຫອມລະເຫີຍ “ຄູ່ແທ້” ທີ່ໃຊ່ສຳລັບທ່ານແລ້ວບໍ?

🌿 ຫຼາຍຄົນມີນິໄສໃຊ້ນ້ຳມັນຫອມລະເຫີຍເພື່ອຜ່ອນຄາຍ, ຊ່ວຍໃຫ້ດັງໂລ່ງ ຫຼືໃຊ້ທາເພື່ອໃຫ້ຄວາມອົບອຸ່ນ, ແຕ່ກັບຊອກຫາຜະລິດຕະພັນທີ່ຖືກໃຈ ແລະຢາກໃຊ້ຕໍ່ໄປໃນໄລຍະຍາວໄດ້ຍາກ. ເຫດຜົນມັກມາຈາກປະສົບການທີ່ບໍ່ດີ:
• ນ້ຳມັນຫອມລະເຫີຍທີ່ປະສົມສານເຄມີ ມີກິ່ນສຸນແຮງ ເຮັດໃຫ້ປວດຫົວແທນທີ່ຈະຮູ້ສຶກຜ່ອນຄາຍ
• ນ້ຳມັນຫອມລະເຫີຍທີ່ເຂັ້ມຂຸ້ນເກີນໄປ ເຮັດໃຫ້ໜຽວໜືດ ແລະຮູ້ສຶກມັນເທິງຜິວ
• ນ້ຳມັນຫອມລະເຫີຍທີ່ປະສົມແອລກໍຮໍ ເຮັດໃຫ້ຜິວແຫ້ງ ແລະລະຄາຍເຄືອງໄດ້ງ່າຍເມື່ອທາໂດຍກົງ
• ນ້ຳມັນຫອມລະເຫີຍທີ່ບໍ່ປອດໄພພຽງພໍສຳລັບເດັກ ແລະເດັກເກີດໃໝ່

💡 ຖ້າທ່ານກຳລັງພົບບັນຫາເຫຼົ່ານີ້ Eucalyptus NC-A+ ອາດເປັນຄຳຕອບສຳລັບປະສົບການໃຊ້ນ້ຳມັນ ຫອມລະເຫີຍຂອງທ່ານ

💡 ຈຸດເດັ່ນທີ່ແຕກຕ່າງ ທີ່ເຮັດໃຫ້ NC-A+ ເປັນຕົວເລືອກທີ່ເໝາະສົມ
• ກິ່ນຫອມສະໝຸນໄພທຳມະຊາດ ອ່ອນໂຍນ: ສະກັດຈາກໃບຢູຄາລິບຕັສບໍລິສຸດ, ໃຫ້ກິ່ນຫອມສົດຊື່ນ, ຊ່ວຍຜ່ອນຄາຍຈິດໃຈ ແລະໃຫ້ຮູ້ສຶກວ່າຫາຍໃຈໂລ່ງສະບາຍ ໂດຍບໍ່ມີກິ່ນສຸນ ຫຼືເຮັດໃຫ້ປວດຫົວ
• ຊຶມເຂົ້າຜິວໄວ ບໍ່ໜຽວໜືດ: ເນື້ອອອຍບາງເບົາ, ຊຶມເຂົ້າຜິວໄດ້ໄວເມື່ອທາ, ບໍ່ປະໄວ້ຄວາມໜຽວໜືດ ຫຼືເຮັດໃຫ້ເສື້ອຜ້າເປື້ອນ
• ສູດອ່ອນໂຍນ ປາສະຈາກແອລກໍຮໍ: ບໍ່ປະສົມນ້ຳຫອມສັງເຄາະ ຫຼືແອລກໍຮໍອຸດສາຫະກຳ, ໃຫ້ຄວາມອ່ອນໂຍນ ຕໍ່ຜິວທຸກປະເພດ, ລວມເຖິງຜິວບອບບາງຂອງເດັກ
• ໃຊ້ງານໄດ້ຫຼາກຫຼາຍ ຕອບໂຈດຊີວິດປະຈຳວັນ: ຮອງຮັບການໃຊ້ງານຕ່າງໆ ເຊັ່ນ ທາເພື່ອໃຫ້ຄວາມອົບອຸ່ນ, ຂ້າເຊື້ອໃນອາກາດ, ບັນເທົາອາການຈາກແມງໄມ້ກັດ ແລະໃຊ້ອົບຫ້ອງເພື່ອຜ່ອນຄາຍ

💡 ນ້ຳມັນຫອມລະເຫີຍທີ່ດີ ບໍ່ໄດ້ມີພຽງປະສິດທິພາບໃນການໃຊ້ງານ, ແຕ່ຕ້ອງມອບຄວາມຮູ້ສຶກສະ ບາຍໃຈໃນທຸກຄັ້ງທີ່ໃຊ້

👉 ລອງສຳຜັດປະສົບການກັບ Eucalyptus NC-A+ ແລະຮູ້ສຶກເຖິງຄວາມແຕກຕ່າງຂອງ ນ້ຳມັນຫອມລະເຫີຍຢູຄາລິບຕັສຄຸນນະພາບມາດຕະຖານ

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

🎒 ເຮັດແນວໃດໃຫ້ລູກສາມາດແລ່ນຫຼິ້ນຢ່າງອິດສະຫຼະຢູ່ໂຮງຮຽນ ໂດຍບໍ່ຕ້ອງກັງວົນເລື່ອງເຊື້ອໂລກ ຫຼື ຍຸງກັດ? 🎒🌱 ໃນຊ່ວງເປີດຮຽນ ຫຼື ຊ່ວ...
16/09/2026

🎒 ເຮັດແນວໃດໃຫ້ລູກສາມາດແລ່ນຫຼິ້ນຢ່າງອິດສະຫຼະຢູ່ໂຮງຮຽນ ໂດຍບໍ່ຕ້ອງກັງວົນເລື່ອງເຊື້ອໂລກ ຫຼື ຍຸງກັດ? 🎒

🌱 ໃນຊ່ວງເປີດຮຽນ ຫຼື ຊ່ວງປ່ຽນລະດູການ ສິ່ງທີ່ພໍ່ແມ່ທີ່ມີລູກນ້ອຍໃນໄວອະນຸບານ ແລະ ປະຖົມສຶກສາກັງວົນຫຼາຍທີ່ສຸດ ບໍ່ແມ່ນພຽງແຕ່ເລື່ອງການຮຽນຂອງລູກ ແຕ່ແມ່ນສຸຂະພາບຂອງລູກ.

🏫 ຫ້ອງຮຽນທີ່ມີເດັກຈຳນວນຫຼາຍ ແລະ ຫ້ອງແອທີ່ປິດປະຕູໜ້າຕ່າງໄວ້ຕະຫຼອດມື້ ເປັນສະພາບແວດລ້ອມທີ່ ເອື້ອຕໍ່ການແຜ່ກະຈາຍຂອງແບັກທີເຣຍ ແລະ ໄວຣັສທາງເດີນຫາຍໃຈ. ພຽງແຕ່ມີເດັກຄົນໜຶ່ງຈາມ ຫຼື ມີນ້ຳມູກ ເດັກຄົນອື່ນໆກໍອາດຈະສ່ຽງຮັບເຊື້ອ ແລະ ເກີດ “ຜົນກະທົບແບບລູກໂສ້” ກັບບ້ານມາພ້ອມອາການໄອ ຫຼື ຕັນດັງ ເຮັດໃຫ້ພໍ່ແມ່ອົດເປັນຫ່ວງບໍ່ໄດ້.

🛡️ ເພື່ອຊ່ວຍໃຫ້ລູກຫຼິ້ນຢ່າງໝັ້ນໃຈ ພ້ອມທັງຫຼຸດຄວາມສ່ຽງຈາກການຕິດເຊື້ອທາງເດີນຫາຍໃຈ ພໍ່ແມ່ຫຼາຍຄົນຈຶ່ງ ເລືອກກຽມ “ເກາະປ້ອງກັນທາງຊີວະພາບ” ທີ່ອ່ອນໂຍນໃຫ້ລູກໃນທຸກໆເຊົ້າ ດ້ວຍ Eucalyptus NC-A+:
• ເກາະປ້ອງກັນຈາກທຳມະຊາດ: ນ້ຳມັນຫອມລະເຫີຍຢູຄາລິບຕັສ ມີຄຸນສົມບັດຊ່ວຍຍັບຍັ້ງແບັກທີເຣຍໃນອາກາດ. ພຽງຢອດນ້ຳມັນຫອມລະເຫີຍຈຳນວນໜຶ່ງຢອດໃສ່ຄໍເສື້ອ ຫຼື ຜ້າພັນຄໍຂອງລູກ ເພື່ອສ້າງບໍລິເວນອາກາດທີ່ສະອາດ ຮອບໆທາງເດີນຫາຍໃຈຕະຫຼອດມື້.
• ປອດໄພ ແລະ ອ່ອນໂຍນຕໍ່ຜິວທີ່ບອບບາງ: NC-A+ ໃຊ້ນ້ຳມັນຫອມລະເຫີຍບໍລິສຸດຈາກທຳມະຊາດ ບໍ່ປະສົມແອລກໍຮໍ ຫຼື ນ້ຳຫອມສັງເຄາະ. ກິ່ນຫອມສະໝຸນໄພທີ່ອົບອຸ່ນ ແລະ ສົດຊື່ນ ຊ່ວຍໃຫ້ລູກຮູ້ສຶກໂລ່ງດັງ ແລະ ຫາຍໃຈໄດ້ສະດວກ ໂດຍບໍ່ຕ້ອງກັງວົນວ່າຈະລະຄາຍເຄືອງ ຫຼື ເຮັດໃຫ້ລູກຮູ້ສຶກບໍ່ສະບາຍ.
• ຊ່ວຍປ້ອງກັນຍຸງ ແລະ ແມງໄມ້ກັດ: ນອກຈາກການດູແລທາງເດີນຫາຍໃຈແລ້ວ ກິ່ນຢູຄາລິບຕັສຈາກທຳ ມະຊາດຍັງຊ່ວຍໄລ່ຍຸງ ຊ່ວຍຫຼຸດໂອກາດທີ່ລູກຈະຖືກຍຸງກັດຈົນເກີດຮອຍບວມແດງ ໃນຂະນະເຮັດກິດຈະກຳ ຫຼື ຫຼິ້ນຢູ່ບໍລິເວນຕ່າງໆຂອງຫ້ອງຮຽນ ແລະ ເດີ່ນໂຮງຮຽນ.

ການດູແລທີ່ດີທີ່ສຸດ ຄືການກຽມພ້ອມ ແລະ ມອບການປົກປ້ອງທີ່ປອດໄພໃຫ້ລູກ ເພື່ອໃຫ້ລູກໄດ້ຮຽນຮູ້ ແລະ ອອກໄປ ຄົ້ນພົບໂລກໄດ້ຢ່າງອິດສະຫຼະ.

👉 ພໍ່ແມ່ຢ່າລືມກຽມ Eucalyptus NC-A+ ໄວ້ໃຫ້ພ້ອມ ເພື່ອໃຊ້ດູແລລູກນ້ອຍທຸກໆເຊົ້າ ກ່ອນອອກໄປໂຮງຮຽນ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

😷 ຄວາມຢ້ານກົວທີ່ເບິ່ງບໍ່ເຫັນ ທຸກຄັ້ງທີ່ຕ້ອງເຂົ້າຫ້ອງນ້ຳສາທາລະນະ❌ ມີປະສົບການໜຶ່ງທີ່ ບໍ່ວ່າຈະກຽມໃຈມາດີສ່ຳໃດ ກໍຍັງຮູ້ສຶກ “ຫ...
11/09/2026

😷 ຄວາມຢ້ານກົວທີ່ເບິ່ງບໍ່ເຫັນ ທຸກຄັ້ງທີ່ຕ້ອງເຂົ້າຫ້ອງນ້ຳສາທາລະນະ

❌ ມີປະສົບການໜຶ່ງທີ່ ບໍ່ວ່າຈະກຽມໃຈມາດີສ່ຳໃດ ກໍຍັງຮູ້ສຶກ “ຫຼອນ” ຢູ່ສະເໝີ ນັ້ນຄືການຕ້ອງເຂົ້າຫ້ອງນ້ຳ ສາທາລະນະ — ຕັ້ງແຕ່ສູນການຄ້າ, ຈຸດພັກລົດ ໄປຈົນເຖິງພື້ນທີ່ແຄບໆເທິງເຮືອບິນ

😫 ກິ່ນອັບຊື້ນທີ່ຕິດຄ້າງ ປະສົມກັບກິ່ນນ້ຳຢາລ້າງທີ່ສຸນແຮງ ເຮັດໃຫ້ຫຼາຍຄົນຕ້ອງ “ກັ້ນຫາຍໃຈ” ຈົນເກືອບວິນຫົວ ເພື່ອຮີບເຮັດທຸລະໃຫ້ສຳເລັດ

🌿 ແທນທີ່ຈະຕ້ອງທົນກັບຄວາມອຶດອັດນັ້ນ ຫຼາຍຄົນເລືອກສ້າງ “ພື້ນທີ່ອາກາດທີ່ສະບາຍໃຈສຳລັບຕົນເອງ” ດ້ວຍການໃຊ້ Eucalyptus NC A+ ພຽງເລັກນ້ອຍ
🌱 ສ້າງເກາະປ້ອງກັນກິ່ນຫອມໄດ້ທັນທີ: ພຽງຢອດນ້ຳມັນຫອມລະເຫີຍເລັກນ້ອຍໃສ່ຂອບຜ້າອັດປາກ ຫຼື ບໍລິເວນຄໍເສື້ອກ່ອນເຂົ້າໄປ ທຸກຄັ້ງທີ່ຫາຍໃຈເຂົ້າ ກໍຈະຮູ້ສຶກສົດຊື່ນ ແລະ ໂປ່ງສະບາຍ ຊ່ວຍກົບກິ່ນບໍ່ພຶງປະສົງຮອບຕົວ
🌿 ກິ່ນຫອມສະໝຸນໄພທີ່ລະມຸນ: ບໍ່ສຸນແຮງ ຫຼື ດຶງດູດຄວາມສົນໃຈເກີນໄປຄືກັບນ້ຳມັນຫອມແບບເກົ່າໆ ກິ່ນຢູຄາລິບຕັສໃຫ້ຄວາມຮູ້ສຶກສະອາດ, ສົດຊື່ນ, ທັນສະໄໝ ແລະ ຜ່ອນຄາຍ
👜 ດີໄຊນ໌ກະທັດຮັດ ສຳລັບຄົນທີ່ເດີນທາງເປັນປະຈຳ: ຂວດນ້ອຍກະທັດຮັດ ຈັບຖືໄດ້ພໍດີມື ໃສ່ກະເປົາຖື, ກະເປົາກາງໂສ້ງ ຫຼື ພົກຕິດຕົວໄປໄດ້ທຸກບ່ອນ

👉 ຢ່າປ່ອຍໃຫ້ກິ່ນບໍ່ພຶງປະສົງມາລົບກວນການເດີນທາງ ຫຼື ມື້ເຮັດວຽກຂອງທ່ານ. ບາງຄັ້ງ… ຄວາມສະບາຍໃຈໃນສະຖານທີ່ສາທາລະນະ ອາດເລີ່ມຕົ້ນງ່າຍໆຈາກນ້ຳມັນຫອມລະເຫີຍຂວດນ້ອຍທີ່ພົກຕິດຕົວ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ
------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

🌙 ຖ້າຈຳເປັນຕ້ອງນອນເດິກ ຢ່າລືມເຮັດສິ່ງນີ້ກ່ອນນອນເດີ້! 🌙🦉 ພວກເຮົາທຸກຄົນຮູ້ດີວ່າ ການນອນເດິກເພື່ອເຮັດວຽກໃຫ້ທັນກຳນົດ ເບິ່ງຮູບ...
26/08/2026

🌙 ຖ້າຈຳເປັນຕ້ອງນອນເດິກ ຢ່າລືມເຮັດສິ່ງນີ້ກ່ອນນອນເດີ້! 🌙

🦉 ພວກເຮົາທຸກຄົນຮູ້ດີວ່າ ການນອນເດິກເພື່ອເຮັດວຽກໃຫ້ທັນກຳນົດ ເບິ່ງຮູບເງົາຫຼາຍໆຕອນ ຫຼື ອາບນ້ຳດຶກຫຼັງ ຈາກວັນທີ່ວຸ່ນວາຍມາທັງມື້ ລ້ວນແຕ່ເປັນນິໄສທີ່ບໍ່ດີຕໍ່ສຸຂະພາບ. ແຕ່ບາງຄັ້ງກໍເປັນສິ່ງຈຳເປັນທີ່ຫຼີກລ້ຽງບໍ່ໄດ້.

⚠️ ແລ້ວຜົນທີ່ມັກເກີດຂຶ້ນຫຼັງຈາກຄືນທີ່ນອນເດິກແບບນັ້ນຄືຫຍັງ?
• ຕື່ນເຊົ້າມາຮູ້ສຶກອ່ອນເພຍ ຫົວໜັກ ແລະຕາເບິ່ງອ່ອນລ້າ😴
• ຮູ້ສຶກໜາວສັ່ນ ຄໍເຈັບແສບ ຫຼື ດັງຄັດທັນທີທີ່ຕື່ນນອນ 🥶
• ຮູ້ສຶກອ່ອນເພຍ ບໍ່ສົດຊື່ນ ເຖິງແມ່ນຈະພະຍາຍາມນອນຊົດເຊີຍແລ້ວກໍຕາມ 🔋
❄️ ເມື່ອຮ່າງກາຍນອນເດິກ ຫຼື ອາບນ້ຳຕອນກາງຄືນ ອຸນຫະພູມໃນຕອນກາງຄືນທີ່ຫຼຸດລົງ ອາດເຮັດໃຫ້ຫຼອດເລືອດ ຫົດຕົວ ແລະຄວາມຕ້ານທານຂອງຮ່າງກາຍຫຼຸດລົງ ເຮັດໃຫ້ສິ່ງທີ່ເອີ້ນວ່າ “ຄວາມເຢັນຈາກພາຍນອກ” ສາມາດເຂົ້າສູ່ ຮ່າງກາຍຜ່ານຈຸດຝັງເຂັມທີ່ສຳຄັນຕ່າງໆໄດ້ງ່າຍ.

🌿 ສ້າງນິໄສດູແລຮ່າງກາຍໃນຕອນກາງຄືນດ້ວຍ EUCA NC A+
ເພື່ອຫຼຸດຜົນກະທົບຈາກການນອນເດິກ ແລະຊ່ວຍໃຫ້ຮ່າງກາຍອົບອຸ່ນຕະຫຼອດຄືນລອງສ້າງນິໄສງ່າຍໆນີ້ກ່ອນຈະ ເຂົ້ານອນ:
1. ເຮັດໃຫ້ຈຸດຢຸ່ງສວນ (ບໍລິເວນຝາຕີນ) ອົບອຸ່ນ
ຢອດ Eucalyptus NC A+ 2–3 ຢອດລົງໃນຝາຕີນ ແລ້ວນວດເບົາໆຈົນຮູ້ສຶກອຸ່ນຂຶ້ນ. ຈຸດນີ້ເປັນ ຈຸດຝັງເຂັມສຳຄັນຕາມສາດການແພດຈີນ ເຊິ່ງເຊື່ອວ່າຊ່ວຍເສີມພະລັງປົກປ້ອງຂອງຮ່າງກາຍແລະປ້ອງ ກັນຄວາມເຢັນຈາກພື້ນບໍ່ໃຫ້ເຂົ້າສູ່ຮ່າງກາຍ
2. ດູແລບໍລິເວນຄໍ ແລະຕົ້ນຄໍດ້ານຫຼັງ
ທານ້ຳມັນຫອມລະເຫີຍເລັກນ້ອຍບໍລິເວນຕົ້ນຄໍດ້ານຫຼັງ ແລະຂະໝັບທັງສອງຂ້າງ ຊ່ວຍໃຫ້ຮູ້ສຶກຜ່ອນ ຄາຍຈາກ ຄວາມຕຶງຄຽດຫຼັງຈາກເຮັດວຽກມາຫຼາຍຊົ່ວໂມງ ແລະຊ່ວຍໃຫ້ບໍລິເວນທາງເດີນຫາຍໃຈສ່ວນເທິງອົບອຸ່ນ
3. ເພີ່ມກິ່ນຫອມເພື່ອຜ່ອນຄາຍກ່ອນນອນ
ຢອດຜະລິດຕະພັນ 2–3 ຢອດບໍລິເວນມຸມໝອນ. ກິ່ນຫອມຈາກສະໝຸນໄພທີ່ອ່ອນໂຍນ ແລະສົດສະອາດ ຊ່ວຍສ້າງ ບັນຍາກາດຜ່ອນຄາຍກ່ອນນອນ ແລະອາດຊ່ວຍໃຫ້ເຂົ້າສູ່ການນອນໄດ້ງ່າຍຂຶ້ນ ຊ່ວຍໃຫ້ຮ່າງກາຍໄດ້ພັກຟື້ນຢ່າງ ເໝາະສົມເຖິງແມ່ນຈະມີເວລານອນຈຳກັດ

👉 ການນອນເດິກອາດເປັນສິ່ງຫຼີກບໍ່ໄດ້ໃນບາງຄັ້ງ ແຕ່ການຮູ້ຈັກດູແລຕົນເອງແມ່ນສິ່ງທີ່ເຮົາເລືອກໄດ້
ຢ່າລືມວາງ Eucalyptus NC A+ ໄວ້ຂ້າງຕຽງ ເພື່ອໃຫ້ພ້ອມດູແລຕົນເອງໃນທຸກໆຄືນ!
💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ
------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

🔍ປຽບທຽບຄວາມແຕກຕ່າງລະຫວ່າງ “Eucalyptol ຈາກທຳມະຊາດ” VS “ສານແຕ່ງກິ່ນຢູຄາລິບຕັດສັງເຄາະ”ຫຼາຍຄົນເວລາເລືອກຊື້ນ້ຳມັນຫອມລະເຫີຍຢູຄ...
13/08/2026

🔍ປຽບທຽບຄວາມແຕກຕ່າງລະຫວ່າງ “Eucalyptol ຈາກທຳມະຊາດ” VS “ສານແຕ່ງກິ່ນຢູຄາລິບຕັດສັງເຄາະ”
ຫຼາຍຄົນເວລາເລືອກຊື້ນ້ຳມັນຫອມລະເຫີຍຢູຄາລິບຕັດ ມັກໃສ່ໃຈພຽງສິ່ງດຽວ ນັ້ນຄື “ກິ່ນຫອມ” ແຕ່ໃນມຸມມອງ ດ້ານວິທະຍາສາດ ແລະ ສຸຂະພາບລະບົບທາງເດີນຫາຍໃຈ ນ້ຳມັນຫອມລະເຫີຍທີ່ມີກິ່ນຫອມ ບໍ່ໄດ້ໝາຍຄວາມວ່າຈະ ມີຄຸນສົມບັດໃນການບຳບັດສະເໝີໄປ ຖ້າຂາດສານສຳຄັນຫຼັກຢ່າງ Eucalyptol (ຫຼື ເອີ້ນວ່າ Cineole)
ມື້ນີ້ ມາຮ່ວມກັບ Eucalyptus NC A+ ເພື່ອແຍກໃຫ້ເຫັນຄວາມແຕກຕ່າງລະຫວ່າງນ້ຳມັນຫອມລະ ເຫີຍທີ່ມີສານອອກລິດຈາກທຳມະຊາດ ແລະ ຜະລິດຕະພັນທີ່ມີພຽງ “ກິ່ນສັງເຄາະ” ກັນເລີຍ!

1. ສານແຕ່ງກິ່ນສັງເຄາະ – ສ້າງພຽງຄວາມຮູ້ສຶກຈາກກິ່ນ
• ເກີດຈາກການຜະສົມສານເຄມີແຕ່ງກິ່ນສັງເຄາະເພື່ອຈຳລອງກິ່ນຂອງຢູຄາລິບຕັດ
ຜົນຕໍ່ຮ່າງກາຍ:
◦ ກະຕຸ້ນເຊວຮັບກິ່ນໃຫ້ຮັບຮູ້ເຖິງກິ່ນຫອມເປັນຫຼັກ ໂດຍບໍ່ໄດ້ມີຄຸນສົມບັດຕ້ານແບັກທີເຣຍ ຫຼື ຊ່ວຍຫຼຸດການອັກເສບ ແບບສານອອກລິດຈາກທຳມະຊາດ
◦ ການໃຊ້ເປັນເວລາດົນໃນຫ້ອງທີ່ປິດອັບອາດເຮັດໃຫ້ເຍື່ອບຸດັງເກີດການລະຄາຍເຄືອງ, ແສບຕາ, ເກີດອາການແພ້ ຫຼື ປວດຫົວຈາກການສູດດົມສານປະກອບອິນຊີທີ່ລະເຫີຍງ່າຍ

2. Cineole ຈາກທຳມະຊາດໃນ Euca NC-A+ – ສານອອກລິດທາງຊີວະພາບ
• ສະກັດຜ່ານຂະບວນການກັ່ນດ້ວຍໄອນ້ຳຈາກໃບຢູຄາລິບຕັດທຳມະຊາດໂດຍຄົງໄວ້ເຊິ່ງປະລິມານ 1,8-Cineole ໃນລະດັບຄວາມເຂັ້ມຂຸ້ນສູງ
ກົນໄກການອອກລິດທາງຊີວະພາບຕໍ່ລະບົບທາງເດີນຫາຍໃຈ:
◦ ຊ່ວຍດູແລທາງເດີນຫາຍໃຈ: Cineole ສາມາດເຂົ້າໄປເຖິງລະບົບທາງເດີນຫາຍໃຈ ແລະ ຊ່ວຍໃຫ້ເສມຫະທີ່ໜຽວ ຂຸ້ນມີຄວາມເຫຼວຫຼາຍຂຶ້ນ ເຮັດໃຫ້ທາງເດີນຫາຍໃຈຮູ້ສຶກໂລ່ງ ແລະ ຫາຍໃຈໄດ້ສະດວກຂຶ້ນຕາມທຳມະຊາດ
◦ ຊ່ວຍດູແລດ້ານການຕ້ານຈຸລິນຊີ: ສານອອກລິດຈາກທຳມະຊາດມີຄຸນສົມບັດທີ່ອາດຊ່ວຍຢັບ ຢັ້ງການເຕີບໂຕຂອງ ແບັກທີເຣຍ ແລະ ຈຸລິນຊີບາງຊະນິດໃນອາກາດ
◦ ຊ່ວຍຫຼຸດການອັກເສບ ແລະ ອາການແພ້: ຊ່ວຍບັນເທົາອາການບວມ ແລະ ລະຄາຍເຄືອງຂອງເຍື່ອບຸດັງ ເມື່ອອາກາດປ່ຽນແປງ ຫຼື ເມື່ອຢູ່ໃນຫ້ອງປັບອາກາດເປັນເວລາດົນ

💡 ເມື່ອເລືອກຊື້ນ້ຳມັນຫອມລະເຫີຍເພື່ອດູແລສຸຂະພາບຕົນເອງ ແລະ ຄອບຄົວ ຢ່າພິຈາລະນາພຽງແຕ່
“ດົມແລ້ວຫອມ” ເທົ່ານັ້ນ ແຕ່ຄວນໃຫ້ຄວາມສຳຄັນກັບຜະລິດຕະພັນທີ່ລະບຸແຫຼ່ງທີ່ມາຈາກທຳມະຊາດຢ່າງຊັດເຈນ ແລະ ລະບຸປະລິມານ Cineole ຢ່າງໂປ່ງໃສ
Euca NC A+ ພຽງ 1 ຢອດ ບໍ່ໄດ້ໃຫ້ພຽງຄວາມຜ່ອນຄາຍຈາກກິ່ນຫອມສົດຊື່ນສະອາດຂອງສະໝຸນໄພເທົ່ານັ້ນ ແຕ່ຍັງເປັນອີກໜຶ່ງຕົວຊ່ວຍໃນການດູແລລະບົບທາງເດີນຫາຍໃຈຂອງທ່ານໃນທຸກໆມື້ຈາກພາຍໃນ

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ
------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

ຊ່ວຍໄຫ້ຊຸ່ມຊື່ນຄໍ, ຊ່ວຍບໍ່ໄຫ້ໄອຫລາຍ, ຊ່ວຍລົດຂີ້ ກະເທີ, ຊ່ວຍຫລຸດອາການເຈັບຄໍທີ່ເກີດຈາກການໄອເປັນເວລາດົນ.

🔍 ເຈົ້າແມ່ນຄົນກຸ່ມໃດໃນນີ້? 🌿ມີບາງຜະລິດຕະພັນທີ່ເກີດມາບໍ່ແມ່ນເພື່ອການໂຄສະນາເກີນຈິງ ແຕ່ເກີດມາເພື່ອແກ້ໄຂບັນຫາ "ເລື່ອງນ້ອຍໆ ແ...
07/08/2026

🔍 ເຈົ້າແມ່ນຄົນກຸ່ມໃດໃນນີ້? 🌿

ມີບາງຜະລິດຕະພັນທີ່ເກີດມາບໍ່ແມ່ນເພື່ອການໂຄສະນາເກີນຈິງ ແຕ່ເກີດມາເພື່ອແກ້ໄຂບັນຫາ "ເລື່ອງນ້ອຍໆ ແຕ່ກວນໃຈ" ໃນຊີວິດປະຈຳວັນຢ່າງຕົງຈຸດ.
ລອງມາເບິ່ງວ່ານ້ຳມັນຫອມລະເຫີຍຢູຄາລິບຕັດ Eucalyptus NC A+ ຂວດນີ້ ເໝາະກັບເຈົ້າ (ຫຼື ຄົນອ້ອມຂ້າງ) ຫຼືບໍ່:

1. ກຸ່ມ "ແພ້ແອຫ້ອງການ"
❄️ອາການ: ພໍແຕ່ກ້າວເຂົ້າຫ້ອງແອ ກໍເລີ່ມດັງຊຸດຊິດ, ຈາມຢ່າງຕໍ່ເນື່ອງ ຫຼື ເຈັບຄໍແຫ້ງ ເພາະອາກາດເຢັນ ແລະ ອັບ.
🤧ແຕກຕ່າງຈາກຢາດົມ/ມີກິ່ນແຮງທີ່ກວນໃຈໝູ່ຮ່ວມງານ, ກິ່ນຢູຄາລິບຕັດທຳມະຊາດຂອງ NC-A+ ໃຫ້ຄວາມຮູ້ສຶກສະອາດ, ຫອມອ່ອນໆ ແລະ ຜ່ອນຄາຍ. ພຽງແຕ່ຢອດ 2-3 ຢອດໃສ່ຂໍ້ມື ຫຼື ຜ້າອັດປາກ ກໍຈະຊ່ວຍໃຫ້ຮູ້ສຶກອົບອຸ່ນ, ຫາຍໃຈໂລ່ງສະດວກ ແຕ່ຍັງຄົງຄວາມສຸພາບໃນບ່ອນເຮັດວຽກ.

2. ສາຍ "ປັ່ນງານກາງເດິກ & ເກມເມີ້"
🌙ດຶກດື່ນຄ່ອນຄືນຍັງຕ້ອງຈ້ອງໜ້າຈໍຄອມພິວເຕີ, ຂະໝັບເລີ່ມປວດຕຸບໆ, ຫົວໜັກອື້ງ, ຢາກນອນກໍນອນບໍ່ຫຼັບ, ຈະເຮັດຕໍ່ກໍບໍ່ໄຫວ.
💻ຢູຄາລິບຕັດທຳມະຊາດຊ່ວຍຜ່ອນຄາຍຄວາມຕຶງຄຽດຂອງປະສາດ. ພຽງແຕ່ນວດແຕະເບົາໆ ຢູ່ຂະໝັບທັງສອງ ຂ້າງ, ເຈົ້າຈະຮູ້ສຶກວ່າຈິດໃຈໄດ້ "ປົດປ່ອຍຄວາມຄຽດ", ເບົາຫົວ ແລະ ສົດຊື່ນຂຶ້ນ.

3. ສາຍ "ເມົາຮົດເມ / ເມົາແທັກຊີ່"
🚗ພຽງແຕ່ໄດ້ກິ່ນແອເກົ່າ ຫຼື ກິ່ນໃນລົດ ກໍເລີ່ມຮູ້ສຶກວິນຫົວ, ທ້ອງໄສ້ປັ່ນປ່ວນ, ປວດຮາກ ແລະ ເມື່ອຍລ້າຕະ ຫຼອດການເດີນທາງ.
🤢ນ້ຳມັນຊຶມໄວ ແລະ ກະຈາຍກິ່ນຫອມສົມບູນແບບ, ຊ່ວຍກົບກິ່ນອັບບໍ່ພຶງປະສົງໃນລົດໄດ້ດີ. ເປັນຂອງພົກພາງ່າຍ ຂະໜາດນ້ອຍ ທີ່ຊ່ວຍໃຫ້ເຈົ້າໝັ້ນໃຈ ແລະ ສົດຊື່ນຕະຫຼອດການເດີນທາງ.

4. ສາຍ "ມິນິມອນ & ຫອມສະອາດແບບທຳມະຊາດ"
🌿ບໍ່ມັກສະເປຣປັບອາກາດເຄມີກິ່ນແຮງ, ບໍ່ມັກໃຊ້ນ້ຳຫອມເພາະຢ້ານຕິດຄາບເຫຼືອງໃສ່ເຄື່ອງ ຫຼື ໜຽວຕົວກະດ້າງ.
✨ນ້ຳມັນຫອມລະເຫີຍບໍລິສຸດ ເນື້ອໃສ ບໍ່ມີສານເຈືອປົນ ຫຼື ສີສັງເຄາະ. ດີໄຊຂວດນ້ອຍກະທັດຮັດ, ພົກພາງ່າຍໃສ່ກະ ເປົ໋າ, ພ້ອມຄຽງຄູ່ ແລະ ດູແລເຈົ້າທຸກທີ່ທຸກເວລາ.
👉 ເຈົ້າແມ່ນຄົນກຸ່ມໃດໃນນີ້? ມາເປັນເຈົ້າຂອງ Eucalyptus NC-A+ 1 ຂວດຕິດກະເປົ໋າໄວ້ ເພື່ອດູແລສຸຂະ ພາບຂອງໂຕເອງໃນທຸກໆມື້ນໍ!

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

🌿 ວິທີປອບປະໂລມຜິວໄໝ້ແດດດ້ວຍ EUCA NC A+ ☀️ໃນມື້ທີ່ແດດຮ້ອນຈັດ, ພຽງແຕ່ຍ່າງອອກຈາກບ້ານໂດຍບໍ່ໄດ້ປົກປ້ອງຜິວ, ຜິວກໍເລີ່ມມີອາການແ...
29/07/2026

🌿 ວິທີປອບປະໂລມຜິວໄໝ້ແດດດ້ວຍ EUCA NC A+ ☀️

ໃນມື້ທີ່ແດດຮ້ອນຈັດ, ພຽງແຕ່ຍ່າງອອກຈາກບ້ານໂດຍບໍ່ໄດ້ປົກປ້ອງຜິວ, ຜິວກໍເລີ່ມມີອາການແສບແດງ, ຮ້ອນຜ່າວ ແລະ ແຫ້ງຕຶງຍ້ອນແດດເຜົາ. ຖ້າບໍ່ຮີບແກ້ໄຂໃຫ້ທັນເວລາ, ຜິວບໍລິເວນນີ້ອາດຈະແຫ້ງກ້ານ,ລອກ, ເສຍຫາຍ ແລະ ເກີດຮອຍໝອງຄ້ຳດົນ.
ນອກຈາກການປະຄົບນ້ຳແຂງ ຫຼື ພົ່ນສະເປຣນ້ຳແຮ່ທົ່ວໄປແລ້ວ, ທ່ານຍັງສາມາດປະສົມສະເປຣປອບປະໂລມຜິວສູດ ທຳມະຊາດບໍລິສຸດໄດ້ເອງງ່າຍໆຢູ່ເຮືອນໃນເວລາພຽງ 1 ນາທີ ດ້ວຍ Eucalyptus NC A+:

💧 ສູດປະສົມສະເປຣຄາຍຮ້ອນ & ປອບປະໂລມຜິວດ້ວຍຢູຄາລິບຕັດ
• ຂວດສະເປຣພົ່ນລະອອງຝອຍຂະໜາດນ້ອຍ 1 ຂວດ
• ນ້ຳບໍລິສຸດ ຫຼື ນ້ຳແຮ່
• ເຈລຫວ່ານຫາງເເຂ້ບໍລິສຸດ 1 ບ່ວງ
• ນ້ຳມັນຫອມລະເຫີຍຢູຄາລິບຕັດ Euca NC A+ 3 - 5 ຢອດ

ວິທີເຮັດ:
ຖອກນ້ຳລົງໃນຂວດ, ໃສ່ເຈລຫວ່ານຫາງແຂ້ (ເຮັດໜ້າທີ່ເປັນຕົວປະສານທຳມະຊາດ) ແລະ ຢອດນ້ຳມັນຫອມລະເຫີຍ Euca NC A+ ລົງໄປ. ສັ່ນໃຫ້ເຂົ້າກັນກ່ອນສີດລົງບໍລິເວນຜິວແຂນ, ຂາ ຫຼື ຄໍ ທີ່ກຳລັງແສບແດງຍ້ອນແດດ.

🌿 ຍ້ອນຫຍັງ EUCA NC A+ ຈຶ່ງຊ່ວຍປອບປະໂລມຜິວໄໝ້ແດດໄດ້?
• ຫຼຸດອາການແສບຮ້ອນໄດ້ທັນທີ: ສານອອກລິດທຳມະຊາດທີ່ມີໃນ Euca NC A+ ມີຄຸນສົມບັດຕ້ານການອັກເສບ ແລະ ຫຼຸດອາການເຈັບແສບຢ່າງອ່ອນໂຍນ, ຜະສານກັບຄວາມເຢັນສົດຊື່ນຕາມທຳມະຊາດຊ່ວຍປອບປະໂລມຜິວທີ່ ຮ້ອນຜ່າວໃຫ້ເຢັນລົງທັນທີຫຼັງສີດລົງ.
• ປົກປ້ອງຜິວຈາກການຕິດເຊື້ອ: ຜິວຫຼັງຖືກແດດເຜົາມັກຈະບອບບາງຫຼາຍ. ຄວາມສາມາດໃນການຕ້ານເຊື້ອ ແບັກທີເຣຍທີ່ແຂງແຮງຂອງຢູຄາລິບຕັດຊ່ວຍປ້ອງກັນບໍ່ໃຫ້ແບັກທີເຣຍເຂົ້າສູ່ຜິວທີ່ກຳລັງເສຍຫາຍ.
• ຂໍ້ຄວນລະວັງ: ໃຫ້ທາຢູ່ບໍລິເວນຂໍ່ມືກ່ອນເລັກນ້ອຍ ເພື່ອລົດລອງເບິ່ງວ່າມີອາການແພ້ບໍ.

👉 ຢ່າລືມພົກ Euca NC A+ ຕິດກະເປົາໄວ້ ເພື່ອປົກປ້ອງຜິວ ແລະ ລະບົບຫາຍໃຈຢ່າງໝັ້ນ ໃຈຕະຫຼອດລະດູຮ້ອນນີ້ເດີ!
💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.

🛒 ກົດລິ້ງເພື່ອສັ່ງຊື້ຢູ່ເວັບໄຊ: https://savie.la/lo/products/eucalyptus-nc-a-i.105
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

✨ໜັງຫົວສະອາດປາສະຈາກຂີ້ຮັງ ແລະ ຊ່ວຍໃຫ້ເສັ້ນຜົມແຂງແຮງຂຶ້ນ ດ້ວຍນ້ຳມັນຫອມລະເຫີຍຢູຄາລິບຕັດ Euca NC A+💡 ໂດຍທົ່ວໄປແລ້ວ, ຄົນສ່ວນ...
21/07/2026

✨ໜັງຫົວສະອາດປາສະຈາກຂີ້ຮັງ ແລະ ຊ່ວຍໃຫ້ເສັ້ນຜົມແຂງແຮງຂຶ້ນ ດ້ວຍນ້ຳມັນຫອມລະເຫີຍຢູຄາລິບຕັດ Euca NC A+

💡 ໂດຍທົ່ວໄປແລ້ວ, ຄົນສ່ວນໃຫຍ່ຈະຮູ້ຈັກນ້ຳມັນຫອມລະເຫີຍຢູຄາລິບຕັດ (ນ້ຳມັນຂີງຂົມ/ນ້ຳມັນວິກ) ວ່າມີສັບພະຄຸນຕໍ່ລະບົບຫາຍໃຈ ຫຼື ຊ່ວຍຫຼຸດຜ່ອນການເຈັບປວດກ້າມຊີ້ນ ແລະ ຂໍ້ຕໍ່. ຢ່າງໃດກໍຕາມ, ການວິໄຈທາງວິທະຍາສາດສະແດງໃຫ້ເຫັນວ່າ ນ້ຳມັນຫອມລະເຫີຍຊະນິດນີ້ ຍັງມອບຄຸນປະໂຫຍດໂດຍກົງໃນການບຳລຸງເສັ້ນຜົມ ແລະ ປັບປຸງສຸຂະພາບໜັງຫົວໃຫ້ດີຂຶ້ນອີກດ້ວຍ.

🌿 ຍ້ອນມີສານສະກັດທີ່ມີລິດຢັບຢັ້ງແບັກທີເຣຍ ແລະ ຕ້ານການອັກເສບຕາມທໍາມະຊາດ, ນ້ຳມັນຫອມລະເຫີຍຢູຄາລິບຕັດ ຈຶ່ງມອບ 3 ປະສິດທິພາບທີ່ເຫັນໄດ້ຊັດເຈນຄື:
🩸 ກະຕຸ້ນໜັງຫົວ: ນ້ຳມັນຫອມລະເຫີຍຊ່ວຍເພີ່ມການໄຫຼວຽນຂອງໂລຫິດພາຍໃຕ້ໜັງຫົວ, ເຮັດໃຫ້ຮາກຜົມໄດ້ຮັບການບຳລຸງທີ່ດີຂຶ້ນ, ສົ່ງເສີມໃຫ້ເສັ້ນຜົມຈະເລີນເຕີບໂຕຢ່າງແຂງແຮງ.
🛡️ ຕ້ານຂີ້ຮັງ ແລະ ອາການຄັນຈາກເຊື້ອລາ: ຄຸນສົມບັດໃນການຕ້ານເຊື້ອຈຸລິນຊີທີ່ຊົງພະລັງຂອງຢູຄາລິບຕັດ ຊ່ວຍເຮັດຄວາມສະອາດຄາບຂີ້ຮັງ, ຄວບຄຸມຄວາມມັນສ່ວນເກີນ ແລະ ປ້ອງກັນແບັກທີເຣຍທີ່ເຮັດໃຫ້ເກີດອາການຄັນໜັງຫົວ.
💪 ປັບປຸງຄວາມຍືດຫຍຸ່ນຂອງເສັ້ນຜົມ: ຊ່ວຍໃຫ້ເສັ້ນຜົມແຂງແຮງຂຶ້ນ, ຫຼຸດຜ່ອນບັນຫາຜົມແຫ້ງຟູ ແລະ ຜົມຂາດງ່າຍ ຍ້ອນຜົນກະທົບຈາກສິ່ງແວດລ້ອມ.

ຫາກທ່ານກຳລັງປະສົບບັນຫາຂີ້ຮັງ, ຄັນໜັງຫົວ, ໜັງຫົວອ່ອນແອກໍຄືຜົມຫຼົ່ນງ່າຍ, ລອງມາໃຊ້ວິທີການບຳລຸງແບບທຳມະຊາດຈາກນ້ຳມັນຫອມລະເຫີຍຢູຄາລິບຕັດ ດັ່ງລຸ່ມນີ້ເບິ່ງເດີ້:
🚿 ວິທີທີ 1: ບຳລຸງເສັ້ນຜົມປະຈຳວັນ (ຊ່ວຍໃຫ້ຜົມແຂງແຮງ, ກະຕຸ້ນໜັງຫົວ)
- ວິທີເຮັດ: ທຸກໆຄັ້ງທີ່ສະຜົມ, ໃຫ້ບີບຢາສະຜົມໃນປະລິມານທີ່ພໍດີໃສ່ຝາມື, ຢອດນ້ຳມັນຫອມລະເຫີຍຢູຄາລິບຕັດລົງໄປ 2-3 ຢອດ ແລ້ວຄົນໃຫ້ເຂົ້າກັນ.
- ວິທີໃຊ້: ຊະໂລມສ່ວນປະສົມດັ່ງກ່າວລົງເທິງເສັ້ນຜົມ, ນວດໜັງຫົວເບົາໆ ແລ້ວລ້າງອອກດ້ວຍນ້ຳສະອາດຕາມປົກກະຕິ.
🧼 ວິທີທີ 2: ສູດກຳຈັດຂີ້ຮັງແບບລ້ຳເລິກ
- ວິທີເຮັດ: ປະສົມນ້ຳມັນຫອມລະເຫີຍຢູຄາລິບຕັດ 2 ຫາ 4 ຢອດ ເຂົ້າກັບນ້ຳມັນໝາກພ້າວ (ຫຼື ນ້ຳມັນໝາກກອກ) 1 ຫາ 2 ບ່ວງແກງ.
- ວິທີໃຊ້: ທານ້ຳມັນທີ່ປະສົມແລ້ວນັ້ນລົງເທິງໜັງຫົວ ແລະ ໂຄນຜົມໃຫ້ທົ່ວ. ໝັກປະໄວ້ປະມານ 20 ນາທີ, ຫຼັງຈາກນັ້ນຈຶ່ງສະຜົມໃຫ້ສະອາດດ້ວຍຢາສະຜົມ.
🏡 ພຽງແຕ່ມີນ້ຳມັນຫອມລະເຫີຍຢູຄາລິບຕັດແທ້ຕິດເຮືອນໄວ້ຈັກກວດ, ທ່ານກໍຈະມີທາງອອກທີ່ປອດໄພ ແລະ ປະຢັດງົບປະມານ ເພື່ອຮັກສາໜັງຫົວໃຫ້ສະອາດປາສະຈາກຂີ້ຮັງ ແລະ ມີເສັ້ນຜົມທີ່ແຂງແຮງໄດ້ໃນທຸກໆວັນ.

💚 Eucalyptus NC A+ - ການດູແລຄອບຄົວຮ່ວມກັບແມ່.
👉 ຖ້າແມ່ຕ້ອງການຄຳແນະນຳເພີ່ມເຕີມໃນການໃຊ້ນ້ຳມັນ NC A+ ຢ່າລັງເລ ສົ່ງ Inbox ຫາ Fanpage ຂອງພວກເຮົາໄດ້ເລີຍ!
🛒 ສິນຄ້າມີຈຳໜ່າຍແລ້ວຢູ່ຮ້ານຂາຍຢາທົ່ວປະເທດ.

#ອ່ອນໂຍນ #ປອດໄພ #ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ

------------------------------------
ຈັດຈຳໜ່າຍໂດຍ ບໍລິສັດການຢາ ເອັນເອັນຊີ ພຽງຜູ້ດຽວ - ພັດທະນາຜະລິດຕະພັນໂດຍ AUDACE.
Exclusively distributed by NNC PHARMA and developed by AUDACE.
𝐍𝐍𝐂 𝐏𝐇𝐀𝐑𝐌𝐀 - 𝐅𝐨𝐫 𝐓𝐡𝐞 𝐁𝐞𝐭𝐭𝐞𝐫 𝐋𝐢𝐟𝐞
Address: Xokkham Village, Saysettha District, Vientiane Capital, Laos
Fax: (+856 21) 463397 - 98
Hotline: (020) 2339 3234
Website: https://eucanca.com/

Address

Vientiane

Alerts

Be the first to know and let us send you an email when Euca NC A+ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share